ມຸງຄຸນຊີວິດ ບັຣະຍາຍໂດຍທ່ານ ສຸນທະໂຣ ທັມະຍານະ ພິກຂຸ, ເປັນຄຳສອນຂອງອົງສັມມາສັມພຸທເຈົ້າ ກ່ຽວກັບພາກດຳຣົງຊີວິດຂອງມວນມະນຸສ
ມຸງຄຸນຊີວິດ ຂໍ້ທີ 1
ການບໍ່ເປັນເພື່ອນກັບຄົນພານ ແມ່ນເປັນມຸງຄຸນອັນປະເສີດ
(ອະເສວະນາ ຈະພາລານັງ ເອຕັມມັງຄລະມຸຕະນັງ)
ໃນໂອກາສນີ້ ອາຕມາຈະໄດ້ອະທິບາຍກ່ຽວກັບຄຳສັບທີ່ວ່າ: ຄົນພານ ໃຫ້ບັນດາທ່ານຜູ້ອ່ານໄດ້ເຂົ້າໃຈກ່ອນ ເພາະຄຳວ່າ ພານ ມາຈາກຄຳປາລີ ພາລ(ພາລະ)ເມື່ອນຳມາໄຊ້ເປັນພາສາລາວແລ້ວຈຶ່ງນິຍົມສະກົດດ້ວຍ
ແມ່ສະກົດທັ້ງ8ແລ້ວຈຶ່ງຂຽນເປັນ ''ພານ'' ໂລດ ເຊິ່ງແປຄວາມຫມາຍວ່າ: ພວກຄົນບໍ່ດີ, ຄົນຊົ່ວ, ຄົນທີ່ ໄຮ້ສິລທັມ, ຄົນທີ່ສ້າງຄວາມຫຍຸ້ງຍາກໃຫ້ຜູ້ອຶ່ນ, ຄົນທີ່ສ້າງຄວາມຈິບຫາຍໃຫ້ແກ່ປະເທດຊາດ ແລະປະຊາ
ຊົນ.ບັນດາຄົນທີ່ມີລັກຊະນະດັ່ງກ່າວມານັ້ນ ພຣະພຸທເຈົ້າ ຫ້າມບໍ່ໃຫ້ຄົບຄ້າສມາຄົມ ຄືເອົາຕົວອອກຫ່າງໄກ.
ຄົນພານ ມີຢູ່ 4 ລັກສນະ
ລັກສນະທີ 1 ແມ່ນ: ນັຕຖີອຸຕຖານະສັມປະທາ ຂາດຄວາມຕັ້ງໃຈ(Without willingness) ຄົນພານບໍ່
ຕັ້ງໃຈສ້າງຕົນເອງ ໃຫ້ເປັນຄົນມີຄວາມຮູ້. ເວລາຍັງນຸ່ມກໍເວົ້າວ່າ ໃຫ້ແກ່ກວ່ານີ້ກ່ອນຈຶ່ງຮຽນ, ບາດຮອດ ກາງຄົນແລ້ວ ພັດວ່າເຖົ້າແລ້ວຈະຮຽນໄປເຮັດຫຍັງ? ໃນເມື່ອບໍ່ມີຄວາມຮູ້ກໍຕ້ອງອອກແຮງຫນັກ, ເມື່ອວຽກຫນັກ ກໍເກີດຄວາມຂີ້ຄ້ານ, ກໍຈົ່ມວ່ານາຍຈ້າງໄຊ້ຕົນແບບຂ້າທາດ, ບໍ່ປັບຕົນເອງໃຫ້ເປັນຄົນທັນ ກັບສະພາບການ, ບໍ່ຕ້ອງການຍົກຖານະຂອງຕົນໃຫ້ ສູງໃນການດຳຣົງຊີພ ພ້ອມດຽວກັນກໍບໍ່ອາສາຊ່ວຍ ຕົນເອງໃຫ້ພົ້ນຈາກຄວາມທຸກ.
ລັກສນະທີ 2 ແມ່ນ: ນັຕຖີອາລັກຂາສັມປະທາ ບໍ່ຮູ້ຈັກຮັກສາຊັບສິ່ງຂອງທີ່ຫາມາໄດ້ (Without immunity) ຄົນພານ ບໍ່ຮູ້ຈັກຮັກສາສຸຂະພາຍຕົນເອງ, ບໍ່ຮູ້ຈັກຮັກສາຊັພສົມບັດທີ່ຫາມາໄດ້ ພ້ອມດຽວກັນກໍບໍ່ຮູ້ຈັກໄຊ້ ເວລາເປັນຂອງມີຄ່າ ໃຫ້ເກີດຜົນປະໂຍດແກ່ຕົນ ແລະຄອບຄົວ.
ລັກສນະທີ 3 ແມ່ນ: ນັຕຖີກັລຍານະມິຕຕັງ ຄົນພານທີ່ບໍ່ມີຫມູ່ເປັນຄົນດີ(Without Acquaintance) ຄົນພານທີ່ບໍ່ມີ ນັກປຣາດ ແລະບັນດິດເປັນຫມູ່ຄູ່. ມັກເປັນຄົນຕົວະຕົ້ມ ປອກລອກ ແມ້ກະທັ້ງຫມູ່ຄູ່ຂອງ ຕົນເອງ ເປັນຄົນທີ່ສັງຄົມບໍ່ປຣາຖນາ, ຕົ້ມຫມູ່ແລ້ວ ເວລາຫມູ່ຕີຕົວອອກຫ່າງກໍກ່າວປະຈານວ່າຕົນທຳ ຄຸນນຳຄົນບໍ່ຂື້ນ ນັ້ນເອງ.
ລັກສນະທີ 4 ແມ່ນ: ນັຕຖີສັມມາທິຕຖີ ບໍ່ມີແນວຄິດທີ່ຖືກຕ້ອງ ເປັນຄົນງົມງາຍ(Wrong Believe) ຄົນພານ ມັກເຊື່ອແບບບໍ່ມີເຫດຜົນ,ມັກຍ້ອງຍໍຕົນເອງ, ບໍ່ຍອມຟັງເຫດຜົນຄົນອື່ນ, ສິ່ງໃດທີ່ຕົນມັກ ແມ່ນຖືກ ແລະດີຫມົດ. ທີ່ກ່າວມານີ້ແມ່ນ ເຣື້ອງຄົນພານທີ່ບໍ່ສົນໃຈທີ່ຈະປັບປຸງຕົນເອງ ຍາມມີຊີວິດຢູ່.
ຕໍ່ ໄປນີ້ແມ່ນຢາກເວົ້າເຣຶ້ອງ ຄົນພານທີ່ບໍ່ຮ່ວງໃຍນຳຊາດຫນ້າ
ຄົນພານ ບໍ່ມີສັດທາ ຄືບໍ່ມີຄວາມເຊື່ອໃນທາງສາສນາໃດໆ(Beliving or Faith) ສາສນາພຸທໄດ້ແບ່ງ ອອກເປັນ 4 ໂກຖາກ ຄື:
ກັມມະສັດທາ: ເຊື່ອວ່າເຮັດດີໄດ້ດີ ເຮັດຊົ່ວໄດ້ຊົ່ວ ພຣະພຸທະເຈົ້າໄດ້ຊົງຕັດວ່າ: ''ເຈຕະນາຫັງ ພິກຂາເວ ກັມມັງ ວະທາມິ '' ທຸກການເຮັດທີ່ປະກອບດ້ວຍຄວາມຕັ້ງໃຈ ເຮົາຮ້ອງວ່າ ''ກັມ''
ກັມມະສັຕກະສັດທາ: ຄົນພານປະຕິເສດວ່າ ເຮັດດີ ຈະບໍ່ໄດ້ດີ ແລະເຮັດຊົ່ວກໍຈະບໍ່ໄດ້ຮັບຄວາມຊົ່ວ.
ກັມມະວິປາກະສັດທາ: ຄົນພານບໍ່ເຊື່ອວ່າ ຄວາມຊົ່ວທີ່ເຮັດໄວ້ຊາດນີ້ ຈະນຳຜົນໄປສນອງໃນພາຍຊາດຫນ້າ
ຕະຖາຄະຕະໂພທິສັດທາ: ຄົນພານບໍ່ເຊື່ອໃນການ ຕັສຣູ້ ຂອງພຣະພຸທເຈົ້າ ແມ່ນໂຄງການປົດປ່ອຍຕົນເອງ ແລະມວນມະນຸສຊາດໃຫ້ມີ ອິສຣະພາບ ພົ້ນອອກຈາກການກົດຂີ່ຂູດຮີດຂອງກິເລດ ມານ ແລະວັດຖຸມານ.
ຍັງມີຕໍ່