ໃນວັນທີ 1 Decmber 2009 ໄດ້ມີມະຕິຂອງສານ ໃຫ້ຄູບາ ອິນທະວົງ ສຸນິພັນ ອອກຈາກວັດ ລາວພຸທທາຣາມໄປ ພາຍໃນ 10 ວັນ ຖ້າບໍ່ມີການອຸທອນ, ຍ້ອນເຫດຜົນທີ່ ຄູບາ ອິນທະວົງ ບໍ່ປະຕິບັດຕາມພະທັມວິໃນ ແລະລະເມີດສີນ 227 ຂອງຄອງສົງໃນພຸທະສາສນາ. ຕໍ່ຫນ້າຜູ້ພິພາກສາ ຄູບາ ອິນທະວົງໄດ້ຕອບຄຳຖາມແບບຕົງ
ໄປຕົງມາ ແຕ່ຜູ້ພິພາກສາຕ້ອງໄດ້ ອີງຕາມກົດຣະບຽບຂອງສົງ ແລະທັມະນູນຂອງວັດ
ແລະຄວາມເຫັນພ້ອມຂອງຄນະ ສະພາອຳນວຍການທີ່ລົງ ຄວາມເຫັນເປັນເອກສັນໃຫ້
ຄູບາ ອິນທະວົງ ຍົກຍ້າຍໄປຢູ່ແຫ່ງອື່ນ. ເພື່ອຄວາມສງົບງຽບ ປ່ອຍໃຫ້ວັດລາວ ເປັນແຫຼ່ງ
ທຳບຸນທຳທານ ພວກເຮົາຂໍຮ້ອງມາຍັງ ຄູບາ ຈົ່ງໃຫ້ອະພັຍໃນ ການຕັດສີນໃຈ ແລະມະຕິຂອງ
ຄນະບໍຣິຫານ ແລະສະພາອຳນວຍການໃນຄັ້ງນີ້ດ້ວຍ.. Edited: 13/12/2009 20:02 |