ຊັ້ນ ປ.3 ຊົ່ວໂມງສຸດທ້າຍຂອງແລງວັນສຸກ ທີ່ຫມວດໂຮງຮຽນຈອມແກ້ວ
ເມືອງສວັນະເຂຕ, ນາງຄູຂຽນໃສ່ກະດານວ່າ: ໃນວັນຈັນ ໃຫ້ນັກຮຽນຊອກນິທານມາເລົ່າເອົາຄະແນນໃນວິຊາ ທັມະຈະຣິຍາ,ນິທານນີ້ຕ້ອງເປັນນິທານຄຳສອນເຕືອນໃຈຄົນ.
ພໍເຖິງວັນຈັນ ນາຍຄູກໍຖາມນັກຮຽນວ່າ: ໃຜສມັກອອກມາເລົ່ານິທານກ່ອນຫມູ່?
ນາງ ສົມໃຈຊີ້ມືກ່ອນຫມູ່ ນາຍຄູກໍເລີຍວ່າເອົານາງສົມໃຈຢືນຂື້ນເລົ່ານິທານຂອງເຈົ້າເບິ່ງດຸ. ນາງສົມໃຈເລົ່າວ່າ:
ພໍຂອງຂະນ້ອຍມີຄອກໄກ່ ໃນມື້ນຶ່ງຂນ້ອຍໄປເກັບໄຂ່ຊ່ວຍພໍ່ເພື່ອໄປຂາຍໃນຕລາດ ພໍໄດ້ໃຂ່ເຕັມກະຕ່າ ພໍ່ກໍນຳໄປຍັງຕລາດ ແຕ່ໄປໄດ້ເຄິ່ງທາງຣົດລາວຕົກຂຸມ ຣົດເຕັ້ນແຮງຈົນກະຕ່າໄຂ່ຕົກຈາກຣົດໄຂ່ແຕກຫມົດ ລາວ
ກັນບ້ານດ້ວຍຄວາມຜິດຫວັງແລະໃຈຮ້າຍ. ນາຍຄູຖາມວ່າ ນິທານເຈົ້າມີຄະຕິແນວໃດ? ນາງສົມໃຈວ່າ: ນິທານນີ້
ສອນໃຫ້ເຮົາມີສະຕິວ່າ ຢ່າເກັບໄຂ່ໃວ້ໃນກະຕ່ານວ່ຍດຽວເວລາມີອຸບັຕີເຫດມັນຈະເສັຍຫາຍພ້ອມກັນ. ໂອ້ດີຫລາຍ ຂອບໃຈນາງສົມໃຈ. ຄູ ຖາມຜູ້ຕໍ່ໄປ.. ນາງແສງຊີ້ມືປັບ, ນາຍຄູບອກວ່າ ເອົານາງແສງ ເລົ່ານິທານ ເຈົ້າເບິ່ງດຸ.. ນາງແສງ ກໍວ່າ ພໍ່ຂະນ້ອຍກໍລ້ຽງໄກ່ຄືກັນ ລາວເກັບໄຂ່ໄປຟັກ 100ນ່ວຍ ລາວວ່າໃນເດືອນຫນ້າ
ນີ້ລາວຈະມີໄກ່ນ້ອຍເພີ້ມ 100ຕົວ ພໍຄົບກຳນົດແລ້ວລາວໄດ້ແຕ່ 80 ຕົວ ລາວກໍເສັຍກຳລັງໃຈ ແລະຜິດຫວັງເພາະ
ໄຂ່ບໍ່ແຕກເປັນລູກ.. ໂອ້ນິທານເຈົ້າມິຄຳສອນແນວໃດ? ນາງແສງກໍບອກວ່າ ຢ່ານັບໄກ່ ກ່ອນໄຂ່ຈະເບາະເປັນຕົວ
ໂອ້ດີໆໆ ເອົາໃຜຕໍ່ໄປ? ທ້າວແກ້ວຍົກມື..ນາຍຄູກໍບອກ ທ້າວແກ້ວເລົ່າຂອງເຈົ້າເບິ່ງດຸ..ທ້າວແກ້ວລຸກຂື້ນຢືນ ພໍ່ ຂນ້ອຍຊື່ ແສງ ເປັນນັກບີນຂັບຍົນຖີ້ມຣະເບີດ, ມື້ນຶ່ງລາວໄປຖິ້ມຣະເບີດໃສ່ແກວແນວລາວ ເຄື່ອງບິນລາວຖືກຍິງ ເຄືອງຈັກເກີດໄຟ ລາວຄວ້າໄປຈັບເອົາປືນກົນ ນຶ່ງກະບອກ ພ້ານຶ່ງດວງ ເບັຍສອງແພກໂດດຈ້ອງລົງມາ ໃນເວລາ
ຢູ່ໃນເທິງຟ້າລາວດື່ມເບັຍຈົນຫມົດພໍດີເຖິງດິນ ພໍຮອດດິນແ້ລວ ມີແກວ100ຄົນມາອ້ອມຈັບລາວ, ລາວລົວປືນ
ກົນໃສ່ຕາຍໄປ 70ຄົນ ລູກປືນຫມົດ ລາວຈົກພ້າມາໄລ່ຟັນແກວຕາຍອີກ20ຄົນ ພ້າລາວຫັກ ລາວສູ້ດ້ວຍກຳປັ້ນ ແກວຕາຍອີກ 10 ຄົນ ລາວລອດມາໄດ້... ອ້າວນິທານເຈົ້າສອນໃຫ້ມີສະຕິແນວໃດ? ນາຍຄູຖາມ..
ນິທານຂະນ້ອຍກໍສອນໃຫ້ຮູ້ວ່າ: ຢ່າໄປກວນ ເຮືອອາກາສໂທ ແສງ ຍາມລາວເມົາ..
ນຸ່ມ ສາມອ້າຍນ້ອງ
ມີຊາຍນຸ່ມຄົນນຶ່ງ ຍ່າງເຂົ້າໄປໃນບາຣ ສັ່ງເບັຍສາມຈອກ ຈັບໄປນັ່ງຢູ່ໂຕະຫລັງໆນັ່ງດື່ມຈອກນັ້ນ
ຈອກນີ້ປຽ່ນກັນພໍຫມົດກໍຍ່າງໄປຫາ Bartender ກໍ່ສັ່ງໃຫ່ມອີກສາມຈອກ ແບບນີ້ເປັນປະຈຳທຸກ ວັນ, ມີວັນນຶ່ງ Bartender ສົນໃຈເລີຍທຳທ່າຈະໃຫ້ການແນະນຳວ່າ: ຍາ ສັ່ງເທື່ອລະຈອກ ດື່ມ ຫມົດແລ້ວສັ່ງໃຫ່ມກໍໄດ້ ມັນຈຶ່ງບໍ່ເສັຍຣົສຊາດ. ອ້າຍນຸ່ມ ຕອບ: ຂ້ອຍຮູ້ດີ ແຕ່ເຈົ້າຮູ້ບໍ ຂ້ອຍມີອ້າຍ ນ້ອງນຳກັນສາມຄົນ ພວກຂ້ອຍຮັກກັນຫລາຍ ແລະສັນຍາກັນວ່າຕ້ອງດື່ມແບບນີ້ເວລາຢູ່ຫ່າງໄກ ກັນ ເພື່ອຈາຣຶກເຖິງຄວາມຮັກຣະຫວ່າງອ້າຍແລະນ້ອງ, ສນັ້ນຂ້ອຍຈຶ່ງສັບປຽ່ນກັນດື່ມຈອກນັ້ນ ຈອກນີ້ເພື່ອແຕ່ລະຄົນ.Bartender ຍອມຣັບ ແລະບອກວ່າເອີ້! ເປັນການຮັກທີ່ແຫ້ນນຫນາດີແທ້.
ມີມື້ນຶ່ງ...ອ້າຍນຸ່ມ ມາຮອດກໍສັ່ງສອງຈອກ, Bartender ເຫັນ ບໍ່ປາກແລະທຳສີຫ້ນາເສົ້າໆເອົາ ເບັຍສົ່ງໃຫ້ສອງຈອກ, ຄາວດຽວກໍມາສັ່ງອີກສອງຈອກ Bartender ອົດບໍ່ໄດ້ເລີຍກ່າວວ່າ: ຂໍໂທດ ຂ້ອຍກໍບໍ່ຢາກລົບກວນເຈົ້າດອກ ແຕ່ຂໍສແດງຄວາມເສັຍໃຈນຳ ໃນການສູນເສັຍຄົນຮັກໃນຄອບຄົວ
ອ້າຍນຸ່ມ ເບີ່ງຫນ້າ Bartender ຈື້ງຢູ່ຄາວນຶ່ງ ແລ້ວຜ່ອນສາຍຕາລົງ ແລະຍີ້ນນ້ອຍນຶ່ງ ຕອບວ່າ:
ບໍ່..ບໍ່ດອກ, ທຸກຄົນສບາຍດີບໍ່ໄດ້ເປັນຫຍັງ ມີແຕ່ວ່າວັນອາທິດທີ່ຜ່ານມານີ້ ເມັຍຂ້ອຍພາໄປໂບດ
Baptist ສນັ້ນ ນັບແຕ່ວັນນັ້ນມາ ແລະຕໍ່ໄປນີ້ຂ້ອຍຕ້ອງໄດ້ຢຸດດື່ມເຫລົ້າແລະຂອງມຶນເມົາ, ແຕ່ພວກນ້ອງທັງສອງຍັງດື່ມຢູ່ຄືເກົ່າ..
THANKS FOR VISITING
WAT LAO BUDDHARAM
YOUR COMMENTS: watlaomboro@live.com Edited: 13/12/2009 20:02 |